sobota, 26 listopada 2016

ເຫດກາຣທີ່ຜ່ານ
ຂອງແຕ່ລະປີ...

ເປັນຕາອິຕົນເຜົ່າພັນໄກ່ງວງອີກປີ!
ວາສນາມັນດີໄດ້ຂື້ນເທິງໂຕະທັງເຈົ້າໂອວາດໂບດ,
ທັງໂຕະປະທານາທິບໍ່ດີ!
ເທິງໂຕະເໝິດທຸກໂຕະ
ເວັ້ນແຕ່ໂຕະພວກຂີ້ທຸກບໍ່ມີດອນຕິດຖົງ!!!
ພ້ອມດຽວມັນພາກັນດັບຊີວິດໄປພ້ອມໆກັນຫຼາຍຮ້ອຍລ້ານໂຕ!
ກະດີໄປແນວໜື່ງມັນບໍ່ປ່ຽວຄືໄປຜູ້ດຽວ!
ເລີຍຄິດຊິອິຕົນບໍ່ຄົບ!
ແຕ່ບັກໂຊກຮ້າຍທີ່ບໍ່ໄດ້ສ້ຽງຊີພນຳໝູ່ຄົງຈະເຫງົາ!
ຍ້ອນຖືກໂຜດຈາກນ້ຳມືຂອງປະທານາທິບໍ່ດີພຸ້ນ!
ກະພໍປານກັນກັບຍາມບຸນ ໂນແອລ ອ້າຍປາ ປາກ ກະເຖິງແກ່ມໍຣະນະກັມໄປພ້ອມໆກັນຫຼານຮ້ອຍລ້ານໂຕຄືກັນ
ໄປນຳກັນພ້ອມກັນແບບນີ້ຄືຊິມ່ວນ!
ປານກັນກັບແມງເມົ່າທີ່ພາກັນບິນເຂົ້າກອງໄຟ!
ຈັກຊິວ່າໃຜດີທີ່ໄດ້ກິນຂາໄກ່ງວງ!
ຕ່ອນໃດແຊບກວ່າກັນ!
ແຕ່ຢ່າໄດ້ເອົາກະດູກຂາໄກ່ງວງໃຫ້ບັກເຫຼ່ວກິນເດິ!
ກະດູກຂານີ້ມັນຈະໄປສ້າງຄວາມລຳບາກໃຫ້ລຳໃສ້ມັນເຮັດວຽກໜັກ!

ເຫັນຄວາມເສັຍສລະຂອງໄກ່ງວງເພື່ອສືບທອດຮີດຄອງອັນດີງາມນັ້ນມາ
ດ້ວຍຊີວິດຕັ້ງຫຼາຍເຊັ່ນງວງໄກ່!
ໂຊກດີແລະໃຫ້ມີຄວາມສຸຂເຖີດທຸກໆທ່ານ!
ດ້ວຍໃຈຈາກໄກ່ງວງຜູ້ຖືກໂຜດປີນີ້!

ຈັ່ງໃດເຂົາກະວ່າສັຕສາມັນບໍ່ມີວິນຍານ!
ອະນິຈາຊາຕາໄກ່ງວງ!!!

niedziela, 20 listopada 2016

ພຽງຝັນ

ກໍພຽງຝັນຕໍ່ນ້ອງ...............ນາງແພງ
ຂວັນພີ່ປອງມອງແຍງ.......ຍັ່ງມື້
ທັງໝາຍຈວບໃຈແຄງ.......ຄິດຮ່ຳ
ທຸກຄ່ຳຄອຍຢາກຢື້.............ຍອດແກ້ວກອດນອນ.

ຫຼັງມ່ານໄຜ່, 20.11.2015.